วันอาทิตย์ที่ 19 พฤศจิกายน พ.ศ. 2560


ປະຫວັດຂອງທ່ານໄກສອນຜົມວີຫານ

ສະຫະລັດອາເມລິກາໄດ້ສ້າງສາຍພົວພັນທາງດ້ານການທູດກັບ ສປປ ລາວ ຂື້ນຢ່າງສົມບູນໃນປີ 1955, ພາຍຫຼັງທີ່ໄດ້ຮັບເອກະລາດເຕັມຈາກຟຣັ່ງ ໃນປີ 1954. ພາຍໃນສອງຫາສາມປີຕໍ່ມາ, ໄດ້ມີສົງຄາມກາງເມືອງເກີດຂື້ນທີ່ ສປປ ລາວ ແລະ ສະຫະລັດອາເມລິກາໄດ້ໃຫ້ການສະໜັບສະໜູນການປົກຄອງຂອງລະບອບກະສັດ. ເກືອບເປັນໄລຍະເວລາສິບປີເລີ່ມຕັ້ງແຕ່ປີ 1964, ສປປ ລາວ ໄດ້ປະສົບກັບການເຫດການຖິ້ມລະເບີດອັນຫຸນແຮງຂອງສະຫະລັດອາເມລິກາເຊິ່ງເປັນສ່ວນໜຶ່ງຂອງສົງຄາມອິນດູຈີນທີ່ຂະຫຍາຍເປັນວົງກວ້າງ. ພາຍຫຼັງທີ່ມີການປ່ຽນແປງລະບອບການປົກຄອງຢູ່ວຽດນາມ ແລະ ກຳບູເຈຍ ໃນປີ 1975, ລັດຖະບານຄອມມຸນິດໄດ້ກຳອຳນາດອິກເທື່ອໜຶ່ງ. ລັດຖະບານລາວໄດ້ເຂົ້າກຸ່ມກັບຫາວຽດນາມ ແລະ ສະຫະພາບໂຊວຽດໃນການປົກຄອງແບບພັກດດຽວ ແລະ ເສດຖະກິດແບບຄວາມຕ້ອງການຂອງຕະຫຼາດ.  ສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ເຊື່ອມໂຊມລົງພາຍຫຼັງປີ 1975 ແລະ ຕົວແທນຈາກສະຫະລັດອາເມລິກາກໍ່ຖືກລົດລະດັບລົງ. ພາຍຫຼັງການລົ້ມລະລາຍຂອງສະຫະພາບໂຊວຽດ, ລາວໄດ້ຊອກຫາວິທີໃນການພັດທະນາສາຍພົວພັນກັບປະເທດອື່ນໆ. ດັງນັ້ນ, ສາຍພົວພັນທາງດ້ານການທູດຈິງໄດ້ຖືກສ້າງຂື້ນຢ່າງສົມບູນໃນປີ 1992. ໃນເດືອນ ກໍລະກົດ ປີ 2012, ທ່ານລັດຖະມົນຕີ Hillary Clinton ໄດ້ມາຢ້ຽມຢາມ ສປປ ລາວ, ເຊິ່ງຖືວ່າເປັນການຢ້ຽມຢາມຄັ້ງທຳອຳຂອງລັດຖະມົນຕີແຫ່ງສະຫະລັດຕັ້ງແຕ່ປີ 1955.
ໃນການຄົ້ນຫາທະຫານອາເມລິກາທີ່ສູນຫາຍໃນຊ່ວງປາງສົງຄາມ ແລະ ການເກັບກູ້ລະເບີດທີ່ບໍ່ທັນແຕກ (UXO) ໃນ ສສປ ລາວຖືເປັນຈຸດສຸມທຳອິດຂອງການຮ່ວມມືສອງຝ່າຍພາຍຫຼັງສົງຄາມ. ນັບແຕ່ນັ້ນເປັນຕົ້ນມາ, ສາຍພົວພັນໄດ້ມີການຂະຫຍາຍຕົວເຊິ່ງໄດ້ກວມເອົາຂອບການຮ່ວມມືທີ່ສຳຄັນຫຼາຍດ້ານເຊັ່ນ: ການປາບປາມຢາເສບຕິດ, ສຸຂະພາບ, ໂພສະນາການຂອງເດັກນ້ອຍ, ການຄຸ້ມຄອງສິງແວດລ້ອມ, ການເປີດເສລີການຄ້າ ແລະ ການຝຶກອົບຮົມພາສາອັງກິດ. ນັບຕັ້ງແຕ່ 2009, ການຂະຫຍາຍຕົວຂອງການຮ່ວມມືໄດ້ມີການກ້າວກະໂດດ,ໂດຍໄດ້ມີຂໍ້ລິເລີ່ມລຸ່ມແມ່ນ້ຳຂອງເພື່ອເປັນກອບອັນສຳຄັນເພື່ອໃຊ້ໃນການແກ້ໄຂຄວາມສະລັບສັບຊ້ອນ, ການພັດທະນາ ລະຫວ່າງຊາດ, ການປ່ຽນແປງນະໂຍບາຍຕ່າງໆ ໃນໂຂງເຂດລຸ່ມແມ່ນໍ້າຂອງ. ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ມີຄວາມໝາຍໝັ້ນຮ່ວມກັນເພື່ອຮັບປະກັນເຖິງຄວາມຈະເລີນຮຸ່ງເຮືອງ ແລະ ອະນາຄົດທີ່ຍືນຍົງ ໃນໂຂດເຂດລຸມແມ່ນໍ້າຂອງ

วันอาทิตย์ที่ 12 พฤศจิกายน พ.ศ. 2560

ແຂວງບໍ່ແກ້ວ

ແຂວງບໍ່ແກ້ວ
Bokeo Province
ຂໍ້ມູນທົ່ວໄປ
ຊື່ພາສາລາວແຂວງບໍ່ແກ້ວ
ຊື່ພາສາອັງກິດBokeo Province
ເມືອງເອກຫ້ວຍຊາຍ
ISO 3166-2LA-BK
ຂໍ້ມູນສະຖິຕິ
ເນື້ອທີ່6,196 km²
ປະຊາກອນ157,442 (2008 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ25 ຄົນ/km²

ແຜນທີ່ແຂວງບໍ່ແກ້ວ
ແຂວງບໍ່ແກ້ວ (ອັງກິດBokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ​ເຂດ​ນີ້ ​ເຄີຍ​ມີ​ບົດບາດອັນ​ສຳຄັນ​ອັນ​ຍິ່ງ​​ໃຫຍ່ ທາງ​ດ້ານປະຫວັດສາດ ​ໃນ​ສະ​ໄຫມ​ສັດຕະວັດ ທີ 20. ມີຮ່ອງຮອຍ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ທາງ​ດ້ານ​ສາດສະຫນາ​, ການ​ປົກຄອງ, ກະສັດ, ປະຫວັດ​ດ້ານ​ສົງຄາມ ​ແລະ ການ​ຄ້າ ໃນ​ສະ​ໄຫມ​ກ່ອນ, ພ້ອມ​ທັງ​ປູຊະນີຍະສະຖານ, ອະຣິຍະ​ທຳ​ອັນ​ລ້ຳ​ຄ່າ​, ສະຖາປັດຕະຍະກຳ​ອັນ​ເປັນ​ເອກະລັກ ​ແລະ ວັດວາອາ​ຮາມ​ທີ່​ເກົ່າ​ແກ່ ທີ່​ຫນ້າ​ສົນ​ໃຈຫລາຍ​ແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ
ແຂວງ​ບໍ່​ແກ້ວ ​ມີ​ເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫ​ນືອ-ທິດຕາເວັນຕົກສຽງເໜືອ ທີ່​ສຳຄັນ ລະຫວ່າງ ປະ​ເທດ ​ໄທ ​ແລະ ສປ ຈີນ. ​ເສັ້ນທາງ​ດ່ວນ R3 ຖືກກໍ່​ສ້າງ​ສຳ​ເລັດ​ໃນປີ 2010,ຕໍ່ມາໃນປີ 2013 ຂົວ​ມິດຕະພາບ ຂ້າມ​ແມ່​ນ້ຳຂອງ ​ແຫ່ງ​ທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະ​ສາມາດ​ເຊື່ອມ​ຕໍ່ລະບົບ​ຄົມມະນາຄົມຂົນ​ສົ່ງ ລະຫວ່າງ ຂຸນ​ຫມິ​ງ (ສປ ຈີນ) ​ແລະ ບາງກອກ (ປະ​ເທດ​ໄທ) ຜ່ານເສັ້ນທາງ R3 ​ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດ​ວ່າ ຈະ​ເປັນ​ໂອກາດ ​ແລະ ສິ່ງ​ກະຕຸກ​ຊຸກຍູ້ ​ໃຫ້​ບັນດາ​ຂະ​ແຫນງ​ການ​ຕ່າງໆ ທາງ​ດ້ານ​ເສດຖະກິດ ​ໄດ້​ຮັບ​ການ​ພັດທະນາ ​ແລະ ຂະຫຍາຍຕົວ​ໄດ້​ຢ່າງ​ໄວວາ.