ແຂວງບໍ່ແກ້ວ
|
ແຂວງບໍ່ແກ້ວ (ອັງກິດ: Bokeo Province) ເປ້ນແຂວງໜຶ່ງຂອງປະເທດລາວ ທີ່ຕັ້ງຢູ່ທາງທິດຕະເວັນຕົກສຽງເໜືອຂອງລາວ ເປັນແຂວງທີ່ມີຊື່ສຽງທາງດ້ານອັນຍະມະນີ ແລະ ຍັງຢູ່ໃນເຂດສາມຫຼ່ຽມຄຳອີກດ້ວຍ. ເຂດນີ້ ເຄີຍມີບົດບາດອັນສຳຄັນອັນຍິ່ງໃຫຍ່ ທາງດ້ານປະຫວັດສາດ ໃນສະໄຫມສັດຕະວັດ ທີ 20. ມີຮ່ອງຮອຍຄວາມຈະເລີນຮຸ່ງເຮືອງ ທາງດ້ານສາດສະຫນາ, ການປົກຄອງ, ກະສັດ, ປະຫວັດດ້ານສົງຄາມ ແລະ ການຄ້າ ໃນສະໄຫມກ່ອນ, ພ້ອມທັງປູຊະນີຍະສະຖານ, ອະຣິຍະທຳອັນລ້ຳຄ່າ, ສະຖາປັດຕະຍະກຳອັນເປັນເອກະລັກ ແລະ ວັດວາອາຮາມທີ່ເກົ່າແກ່ ທີ່ຫນ້າສົນໃຈຫລາຍແຫ່ງ. ແຂວງບໍ່ແກ້ວ ເປັນແຂວງໜຶ່ງທີ່ມີພູດອຍກວມເປັນສ່ວນໃຫຍ່ ມີເນື້ອທີ່ທັງໝົດ 6.196 ກິໂລຕາ ແມັດ, ເນື້ອທີ່ ມີ 47.820 ເຮັກຕາ ມີພົນລະເມືອງທັງໝົດ 179,300 ຄົນ ຍິງ 89.300 ຄົນ ມີ 291 ບ້ານ ແລະ 27,606 ຄົວເຮືອນ. ແຂວງບໍ່ແກ້ວ ປະກອບ ດ້ວຍຫຼາຍຊົນເຜົ່າຄື: ໄຕ, ມົ້ງ, ລາວ, ລື້, ຍວນ, ກໍ່, ກຸ່ຍ, ຢ້າວ, ແລນແຕນ, ມູເຊີ, ກຶມມຸ ຯລຯ
ແຂວງບໍ່ແກ້ວ ມີເສັ້ນທາງ ຫຼວງເຊື່ອມຕໍ່ ລະຫວ່າງ ທິດເຫນືອ-ທິດຕາເວັນຕົກສຽງເໜືອ ທີ່ສຳຄັນ ລະຫວ່າງ ປະເທດ ໄທ ແລະ ສປ ຈີນ. ເສັ້ນທາງດ່ວນ R3 ຖືກກໍ່ສ້າງສຳເລັດໃນປີ 2010,ຕໍ່ມາໃນປີ 2013 ຂົວມິດຕະພາບ ຂ້າມແມ່ນ້ຳຂອງ ແຫ່ງທີ 4 ກໍ່ໄດ້ກໍ່ສ້າງສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນທາງການ, ເຊິ່ງຈະສາມາດເຊື່ອມຕໍ່ລະບົບຄົມມະນາຄົມຂົນສົ່ງ ລະຫວ່າງ ຂຸນຫມິງ (ສປ ຈີນ) ແລະ ບາງກອກ (ປະເທດໄທ) ຜ່ານເສັ້ນທາງ R3 ເພື່ອເຊື່ອມໂຍງເສດຖະກິດລະຫວ່າງ 3 ປະເທດ ເຊິ່ງຄາດວ່າ ຈະເປັນໂອກາດ ແລະ ສິ່ງກະຕຸກຊຸກຍູ້ ໃຫ້ບັນດາຂະແຫນງການຕ່າງໆ ທາງດ້ານເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວໄດ້ຢ່າງໄວວາ.
ไม่มีความคิดเห็น:
แสดงความคิดเห็น